1 ພາກສະເໜີ
ບໍລິສັດ ລາຍລາວແລັບ ໄອຊີທີ ຊູລູເຊິນ ຈຳ ກັດ (“ ບໍລິສັດ” ຫລື“ ຂອງບໍລິສັດ”) ແມ່ນມີຄວາມ ສຳຄັນຫຼາຍໃນການຮັບປະກັນຄວາມເປັນສ່ວນຕົວ
ເພື່ອປະຕິບັດພັນທະຂອງບໍລິສັດໃນການເຄົາລົບແລະປົກປ້ອງຄວາມເປັນສ່ວນຕົວຂອງບໍລິສັດ, ບໍລິສັດຈະແຈ້ງໃຫ້ຜູ້ໃຊ້ງານຮູ້ກ່ຽວກັບຂໍ້ມູນສ່ວນຕົວທີ່ຈະຖືກເກັບກຳ.ແລະຂໍຄວາມຄວາມຍິນຍອມຈາກຜູ້ຂໍໃຊ້ບໍລິການ ຕາມທີ່ເຫັນວ່າສົມຄວນເພື່ອເກັບຮວບຮວມ
ບໍລິສັດຈະກຳນົດຈຸດປະສົງໃນການເກັບກຳແລະປະມວນຜົນຂໍ້ມູນສ່ວນຕົວຂອງຜູ້ໃຊ້ງານ.
ບໍລິສັດເກັບກຳຂໍ້ມູນທີ່ຈຳເປັນເທົ່ານັ້ນເພື່ອປະຕິບັດຈຸດປະສົງຂອງການນຳໃຊ້.
ບໍລິສັດຈະໃຊ້ຫລືເປີດເຜີຍຂໍ້ມູນສ່ວນຕົວຂອງຜູ້ໃຊ້ ເພື່ອຈຸດປະສົງທີ່ມັນຖືກເກັບກຳໄວ້ເທົ່ານັ້ນ. ຍົກເວັ້ນດ້ວຍການຍິນຍອມຈາກຜູ້ຂໍໃຊ້ງານບໍລິການ ຕາມຄວາມຕ້ອງການຫລືໄດ້ຮັບອະນຸຍາດຈາກກົດໝາຍ, ແລະບໍລິສັດຈະຮັກສາຂໍ້ມູນຂອງຜູ້ໃຊ້ງານເທົ່ານັ້ນທີ່ຈຳ ເປັນສຳລັບຈຸດປະສົງເຫຼົ່ານັ້ນ.
ບໍລິສັດຈະດຳເນີນການໃຫ້ແນ່ໃຈວ່າ ຂໍ້ມູນສ່ວນຕົວຂອງຜູູ້ໃຊ້ ແມ່ນຖືກຕ້ອງ, ຄົບຖ້ວນແລະຍູ່ໃນປັດຈຸບັນ.
ບໍລິສັດຈະຈັດໃຫ້ມີເຕັກນິກແລະມາດຕະຖານການອົງກອນທີ່ເໝາະ ສົມເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງຜູ້ໃຊ້ ຢ່າງຖືກຕ້ອງ.
ບໍລິສັດຈະພັດທະນານະໂຍບາຍແລະແນວທາງປະຕິບັດຕ່າງໆ ຂອງບໍລິສັດເພື່ອໃຫ້ການຈັດການ ຂໍ້ມູນຂອງຜູ້ ໃຊ້ບໍລິການມີຄວາມໂປ່ງໃສຕາມທີ່ຈະດປັນໄປໄດ້
ຜູ້ໃຊ້ງານຈະມີສິດເຂົ້າເຖິງຂໍ້ມູນສ່ວນຕົວຂອງຜູ້ໃຊ້ເອງ ແລະສາມາດແກ້ໄຂຂໍ້ມູນສ່ວນຕົວຂອງຜູ້ໃຊ້ໄດ້ເພື່ອໃຫ້ ສອດຄ່ອງກັບຄວາມ ເໝາະ ສົມແລະສິດທິຂອງຜູ້ໃຊ້ຕາມກົດໝາຍ.
ບໍລິສັດຈະຮັບຜິດຊອບຕໍ່ຜູ້ຂໍໃຊ້ບໍລິການໂດຍບໍລິສັດຍິນດີຮັບຟັງເອົາຄວາມຄິດເຫັນຂອງຜູ້ໃຊ້ງານກ່ຽວກັບການປະຕິບັດ. ອີງຕາມຫລັກການເຫລົ່ານີ້ ນະໂຍບາຍຄວາມເປັນສ່ວນຕົວນີ້ ແລະກົດໝາຍຄຸ້ມຄອງ
2. ຂອບເຂດນະໂຍບາຍປົກປ້ອງຄວາມເປັນສ່ວນຕົວ
2.1. ເປົ້າໝາຍຂອງນະໂຍບາຍກ່ຽວກັບຄວາມເປັນສ່ວນຕົວ
ນະໂຍບາຍຄວາມເປັນສ່ວນຕົວນີ້ອະທິບາຍວິທີການບໍລິສັດຄຸ້ມຄອງແລະປົກປ້ອງຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການ ແລະສິດທິທາງເລືອກຕ່າງໆ ກ່ຽວກັບຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການນະໂຍບາຍກ່ຽວກັບຄວາມເປັນສ່ວນຕົວ ນີ້ແມ່ນບັງຄັບໃຊ້ຂໍ້ມູນບຸກຄົນທີ່ບໍລິສັດເກັບກຳຮວບຮວມໄດ້ຈາກຜູ້ຂໍບໍລິການ ໃຊ້ບໍລິການລະບົບການຈັດການຮ້ານຄ້າ ທີ່ເຊື່ອມຕໍ່ກັບການຂົນສົ່ງ .
3. ປະເພດຂໍ້ມູນສ່ວນຕົວທີ່ບໍລິສັດເກັບລວບລວມ
3.1. ຂໍ້ມູນສ່ວນຕົວທີ່ຈຳເປັນທີ່ບໍລິສັດເກັບໄວ້
ຊື່
ວັນເດືອນປີເກີດ
ເພດ
ທີ່ຢູ່ອີເມວ
ທີ່ຢູ່ຕາມບັດປະຊາຊົນ ຫຼື ພາສປອດ
ທີ່ຢູ່ສຳລັບການເອີ້ນເກັບເງິນ
ທີ່ຢູ່ສຳລັບການຈັດສົ່ງ
ລາຍລະອຽດບັນຊີທະນາຄານ ແລະ ຂໍ້ມູນການຊຳລະເງິນ
ເບີໂທລະສັບຕິດຕໍ່
ໝາຍເລກບັດປະຊາຊົນ ຫຼື ໝາຍເລກພາສປອດ
ຂໍ້ມູນອື່ນ ທີ່ກ່ຽວຂ້ອງກັບຜູ້ຂໍໃຊ້ບໍລິການ ລົງທະບຽນເຂົ້າໃຊ້ບໍລິການ ຫຼື ເວັບໄຊຂອງເຮົາ ລວມເຖິງຂໍ້ມູນທີ່ກ່ຽວຂ້ອງກັບວິທີການໃຊ້ບໍລິການ ຫຼື ເວັບໄຊ ຂອງຜູ້ໃຊ້ບໍລິການ
ປະຊາຊົນທົ່ວໄປ ແລະ ກຸ່ມຄົນທີ່ເຊື່ອມຕໍ່ ຫຼື ອາດເຊື່ອມຕໍ່ກັບແຟດຟອມຂອງບໍບລິສັດ ແລະ ລັກສະນະທີ່ຜູ້ຂໍໃຊ້ບໍລິການຕິດຕໍ່ສື່ສານກັບບຸກຄົນເຫຼົ່ານັ້ນ
ຂໍ້ມູນທີ່ກ່ຽວກັບອຸປະກອນທີ່ທ່ານຕິດຕັ້ງແອພພຣິເຄເຊິນຂອງບໍລິສັດ ຫຼື ໃຊ້ອຸປະກອນເພື່ອເຂົ້າເຖິງການບໍລິການຂອງຜູ້ຂໍໃຊ້ບໍລິການ ຫຼື ເວັບໄຊ
ລາຍລະອຽດບັນຊີຂອງຜູ້ຂໍໃຊ້ບໍລິການກັບເວັບໄຊ ຫຼື ແອພພິເຄເຊິນ ຂອງບຸກຄົນພາຍນອກທີ່ຜູ້ຂໍໃຊ້ບໍລິການໄດ້ເຊື່ອມຕໍ່ບັນຊີຜູ້ໃຊ້ຂອງຜູ້ຂໍບໍລິການກັບບໍລິສັດຜ່ານທາງເວັບໄຊ
ຂໍ້ມູນສ່ວນບຸກຄົນອື່ນໃດທີ່ຜູ້ຂໍໃຊ້ບໍລິການອາດໃຫ້ແກ່ບໍລິສັດຜ່ານທາງເວັບໄຊ ກ່ຽວກັບ ບັນຊີຜູ້ໃຊ້ຂອງຜູ້ຂໍບໍລິການ ເມື່ອຜູ້ຂໍໃຊ້ບໍລິການສ້າງບັນຊີ “ ບັນຊີຜູ້ໃຊ້” ບໍລິສັດຈະຂໍໃຫ້ ຜູ້ທີ່ຂໍໃຊ້ບໍລິການລະບຸຊື່, ໝາຍເລກໂທລະສັບ ແລະ ອີເມວ (Email Adress) ຂອງຜູ້ຂໍໃຊ້ບໍລິການ ຂໍ້ມູນນີ້ເປັນຂໍ້ມູນທີ່ຈຳເປັນ ເນື່ອງຈາກບໍລິສັດອາດມີການຕິດຕໍ່ ໂດຍບໍ່ໃຫ້ມີການໃຊ້ບໍລິການ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ໃຊ້ໃນລັກສະນະສໍ້ໂກງ ໃນທາງທຸຈະລິດ
3.2. ຂໍ້ມູນອຸປະກອນ ແລະບັນທຶກການເຂົ້າເຖິງເມື່ອຜູ້ຂໍໃຊ້ບໍລິການຂອງບໍລິສັດ
ເມື່ອຜູ້ຂໍໃຊ້ບໍລິການຂອງບໍລິສັດ ບໍລິສັດອາດຈຳເປັນຕ້ອງເກັບຮັກສາຂໍ້ມູນສະແດງຕົວຕົນທາງເອເລັກໂຕນິກ ຫຼື ບັນທຶກຂໍ້ມູນທີ່ໄດ້ມາໂດຍອັດຕະໂນມັດ ຈາກອຸປະກອນຂອງຜູ້ຂໍໃຊ້ບໍລິການບາງລາຍການເຊັ່ນ: ປະເພດອຸປະກອນ, ລະບົບປະຕິບັດການ, ເລກທີ່ຢູ່ໄອພີ (IP), ຂໍ້ມູນບຣາວເຊີ (Browser), ລວມເຖິງປະເພດ ແລະ ການຕັ້ງຄ່າພາສາ, ຕົວລະບຸເຄື່ອງ, ຂໍ້ມູນຄຸກກີ້ (Cookie) ຕົວລະບຸໂຄສະນາ
ໃນບາງກໍລະນີທ່ານອາດປະສົງທີ່ຈະຕິດຕໍ່ກັບບໍລິສັດເພື່ອຂໍຮັບການບໍລິການຊ່ວຍເຫຼືອລູກຄ້າຈາກບໍລິສັດ ຫາກທ່ານຕິດຕໍ່ບໍລິສັດຜ່ານແບບຟອມຕິດຕໍ່ຂອງບໍລິສັດ ຫຼື ໂດຍວິທີການອື່ນບໍລິສັດອາດຂໍຮັບ ແລະ ເກັບຮັກສາຂໍ້ມູນໃດໆ ທີ່ທ່ານລະບຸໄວ້ເຊິ່ງລວມເຖິງຊື່ຂອງຜູ້ຂໍໃຊ້ບໍລິການ ແລະ ຂໍ້ມູນການຕິດຕໍ່ຕ່າງໆເຊັ່ນ: ທີ່ຢູ່ອີເມວ, ໝາຍເລກໂທລະສັບ, ຕະຫຼອດເຖິງຂໍ້ມູນທີ່ກ່ຽວກັບອຸປະກອນເຄື່ອນທີ່ຂອງທ່ານ ຫຼື ຄອມພິວເຕີສ່ວນຕົວ ບໍລິສັດຈະໃຊ້ຂໍ້ມູນນີ້ໃນການແກ້ໄຂ ແລະ ກວດສອບບັນຫາທີ່ທ່ານສົ່ງມາຍັງບໍລິສັດ ເພື່ອໃຫ້ການຊ່ວຍເຫຼືອແກ່ຜູ້ຂໍໃຊ້ບໍລິການ ແລະ ປັບປຸງບໍລິການຊ່ວຍເຫຼືອລູກຄ້າຂອງບໍລິສັດຕໍ່ໄປ ບໍລິສັດ ອາດປະມວນຜົນຂໍ້ມູນນີ້ທີ່ກ່ຽວກັບຄວາມຊ່ວຍເຫຼືອທີ່ຜູ້ຂໍໃຊ້ບໍລິການຮ້ອງຂໍມາຈັດການບັນຊີຜູ້ໃຊ້ ແລະ ເກັບຮັກສາຂໍ້ມູນນີ້ໄວ້ຕາມບົດບັນຍັດ ນະໂຍບາຍຄຸ້ມຄອງຄວາມເປັນສ່ວນຕົວນີ້
3.3. ການຊຳລະເງິນ
ຫາກຜູ້ຂໍໃຊ້ບໍລິການເລືອກຊື້ ຫຼື ໃຊ້ບໍລິການເພີ່ມເຕີມທີ່ຄິດຄ່າບໍລິການ ແລະ ຊຳລະຄ່າບໍລິການເພີ່ມເຕີມດັ່ງກ່າວໂດຍວິທີອື່ນ ບໍລິສັດອາດໃຫ້ຜູ້ໃຫ້ບໍລິການບຸກຄົນພາຍນອກເກັບ ແລະ ປະມວນຜົນຂໍ້ມູນບັດເຄດິດ ຂອງຜູ້ຂໍໃຫ້ບໍລິການ ເພື່ອບໍລິສັດຈະໃຊ້ຂໍ້ມູນເພື່ອປະມວນຜົນການຊື້ ຫຼື ໃຊ້ບໍລິການທີ່ມີຄ່າບໍລິການເທົ່ານັ້ນ.
ຂໍ້ມູນຕ່າງໆ ທີ່ກ່າວມາຂ້າງເທິງນີ້ ບໍລິສັດຈະບໍ່ນຳໃຊ້ລາຍລະອຽດ ຫຼື ດຳເນີນການອື່ນໃດກັບເນື້ອໃນສ່ວນຕົວທີ່ທ່ານແລກປ່ຽນກັບຜູ້ໃຊ້ລາຍອື່ນໆ ໂດຍບໍ່ໄດ້ຮັບການຍິນຍອມຈາກຜູ້ຂໍໃຊ້ບໍລິການ
3.4. ການເກັບຂໍ້ມູນຈາກບຸກຄົນພາຍນອກ
ເຮົາເກັບຂໍ້ມູນທີ່ທ່ານໃຫ້ກັບແພດຟອມຂອງເຮົາ ເຊັ່ນຂໍ້ມູນທີ່ທ່ານແບ່ງປັນໃຫ້ກັບເຮົາໂດຍກົງເມື່ອທ່ານສ້າງບັນຊີ ສ້າງໂພສຜ່ານ AppZap, ລີວິວຮ້ານອາຫານ, ສື່ສານກັບເຮົາຜ່ານແພຕຟອມບຸກຄົນທີສາມ ຕິດຕໍ່ສູນຊ່ວຍເຫຼືອຜູ້ໃຊ້ງານ ຫຼື ສື່ສານກັບເຮົາຜ່ານທາງອື່ນ ຊະນິດຂອງຂໍ້ມູນທີເຮົາເກັບປະກອບດ້ວຍ ຊື່ ຊື່ທີ່ສະແດງ ຊື່ຜູ້ໃຊ້ ປະຫວັດການເຮັດທຸລະກຳ ທີ່ຢູ່ອີເມວ ເບີໂທລະສັບ ວັນເກີດ ເພດ ຂໍ້ມູນທຸລະກິດ ຮູບໂປໄຟລ໌ ຮູບໂພສ ຄວາມຄິດເຫັນ ວິດີໂອ ໄຟລ໌ສຽງ ແລະ ຊີລີ ອື່ນທີ່ທ່ານເຜີຍແພ່ ແລະຂໍ້ມູນອື່ນໆ ທີ່ທ່ານເລືອກທີ່ຈະໃຫ້ກັບເຮົາ
ຂໍ້ມູນກ່ຽວກັບການໃຊ້ບໍລິການທີ່ຈັດການດຳເນີນການໂດຍບຸກຄົນພາຍນອກ
ເພື່ອເປັນການຈັດການບໍລິການທີ່ສາມາດໃຫ້ປະໂຫຍດສູງສຸດແກ່ຜູ້ຂໍໃຊ້ບໍລິການ ບໍລິສັດອາດໄດ້ຮັບຂໍ້ມູນສ່ວນບຸກຄົນພາຍນອກຈາກການທີ່ໄດ້ຮັບຂໍ້ມູນດັ່ງກ່າວ ອາດມີກໍລະນີທີ່ໄດ້ຮັບຂໍ້ມູນສ່ວນຕົວມາຈາກຄູ່ຄ້າທີ່ໃຫ້ບໍລິການສະເພາະບາງຢ່າງ ລວມເຖິງກໍລິນີທີ່ໄດ້ຮັບຂໍ້ມູນສ່ວນບຸກຄົນທີ່ໃຫ້ບໍລິການຕ່າງໆ ທີ່ເຊື່ອມໂຍງກັບບັນຊີທາງການ ຈາກການບໍລິການອື່ນໆ ຫາກຜູ້ຂໍໃຊ້ບໍລິການໃດໆ ທີ່ເຊື່ອມໂຍງກັບບຸກຄົນພາຍນອກ ບໍລິສັດອາດອອກລະຫັດພາຍໃນໂດຍອັດຕະໂນມັດເພື່ອໃຊ້ເຊື່ອມຕໍ່ຂໍ້ມູນສ່ວນຕົວຂອງທ່ານກັບບໍລິການດັ່ງກ່າວ ແລະ ແຊສສິ່ງດຽວກັນນີ້ກັບບຸກຄົນພາຍນອກນັ້ນ.
3.5. ບໍລິສັດນຳຂໍ້ມູນຂອງຜູ້ໃຊ້ບໍລິການໄປໃຊ້ແບບໃດ
ເພື່ອພິຈາລະນາ ແລະ ດຳເນີນການຍື່ນເລື່ອງທຸລະກຳຂອງຜູ້ຂໍໃຊ້ບໍລິການກັບບໍລິສັດ ຫຼື ທຸລະກຳ ການຕິດຕໍ່ສື່ສານຂອງຜູ້ຂໍໃຊ້ບໍລິການກັບບຸກຄົນພາຍນອກຜ່ານການບໍລິການ
ເພື່ອຈັດການດຳເນີນການ ບໍລິຫານ ແລະ ຈັດຫາບໍລິການແກ່ຜູ້ຂໍໃຊ້ບໍລິການ ຮ່ວມເຖິງການຊ່ວຍອຳນວຍຄວາມສະດວກໃນການຈັດກຽມການບໍລິການຂອງບໍລິສັດ ລວມເຖິງແຕ່ການບໍຈຳກັດພຽງການຈົດຈຳຄວາມຕ້ອງການຂອງຜູ້ໃຊ້ບໍລິການ
ເພື່ອຕອບຮັບດຳເນີນການຈັດການ ຫຼື ດຳເນີນທຸລະກຳໃຫ້ສຳເລັດສົມບູນ ແລະ ເຮັດຕາມຄຳຮ້ອງຂໍກ່ຽວກັບຜະລິດຕະພັນ ແລະ ການບໍລິການຂອງຜູ້ໃຫ້ບໍລິການ ແລະ ແຈ້ງໃຫ້ຜູ້ໃຊ້ບໍລິການຮູ້ກ່ຽວກັບບັນຫາດ້ານການບໍລິການ ແລະ ການດຳເນີນການກ່ຽວກັບບັນຊີທີ່ມີຄວາມຜິດປົກກະຕິ
ເພື່ອປົກປ້ອງຄວາມປອດໄພ ແລະ ສິດ, ຊັບສິນສ່ວນຕົວ ຫຼື ຄວາມປອກໄພຂອງບຸກຄົນອື່ນ
ເພື່ອລະບຸຕົວຕົນ ແລະ ກວດສອບຄວາມຖືກຕ້ອງ
ເພື່ອໃຫ້ສາມາດກວດສອບ ແລະ ເຮັດສຳຫຼວດແບບອື່ນໆ ເພື່ອກວດຂະໜາດ ແລະ ອົງປະກອບຂອງກຸ່ມເປົ້າໝາຍຂອງບໍລິສັດ ແລະ ທຳຄວາມເຂົ້າໃຈກ່ຽວກັບປະສົບການທີ່ຜູ້ຂໍໃຊ້ບໍລິການໄດ້ຮັບຈາກການບໍລິການຂອງ AppZap - Lao Self Ordering
ເພື່ອປະຕິບັດຕາມຂັ້ນຕອນການກວດສອບປະຫວັດຄວາມເປັນມາທາງທຸລະກິດ ຫຼື ກິດຈະກຳການຄັດກອງອື່ນໃດ ( ບໍ່ຈຳກັດພຽງ ການກວດສອບປະຫວັດຄວາມເປັນມາ) ຊື່ງເປັນໄປຕາມຂໍ້ຜູກພັນທາງກົດໝາຍ ຫຼື ຕາມຂໍ້ບັງຄັບ ຂະບວນການຈັດການຄວາມສ່ຽງຂອງເຮົາຊື່ງກົດໝາຍໄດ້ກຳນົດໄວ້ ແລະ ບໍລິສັດໄດ້ນຳມາໃຊ້
ເພື່ອກວດສອບການບໍລິການຂອງບໍລິສັດ ຫຼື ທຸລະກິດຂອງ AppZap - Lao Self Ordering
3.6. ການເປີດເຜີຍຂໍ້ມູນ
ເຮົາເປີດເຜີຍຂໍ້ມູນສ່ວນໂຕໃນສະຖານະການຕໍ່ໄປນີ້
ເຮົາເປີດເຜີຍຂໍ້ມູນສ່ວນບຸກຄົນກັບຜູ້ໃຊ້ງານ AppZap ຄົນອື່ນໆ ດັ່ງນີ້ ຫາກທ່ານໃຊ້ງ່ານ AppZap ໃນການເຜີຍແຜ່ເນື້ອຫາ ສະແດງຄວາມຄິດເຫັນ ຫຼື ສົ່ງຂໍ້ຄວາມສ່ວນບຸກຄົນ ຂໍ້ມູນບາງປະເພດກ່ຽວກັບທ່ານຈະແນມເຫັນໄດ້ໂດຍຄົນອື່ນເຊັ່ນ: ຊື່, ຮູບ, ປະຫວັດ, ແລະຂໍ້ມູນອື່ນໆທີ່ທ່ານໃຫ້ກັບເຮົາ ແລະຂໍ້ມູນກ່ຽວກັບກິດຈະກຳ ຢູ່ໃນ AppZap ຂອງທ່ານ( ລີວິວ, ສະແດງຄວາມຄິດເຫັນ, ກົດຖືກໃຈ ແລະອື່ນໆ)
ເຮົາເປີດເຜີຍຂໍ້ມູນສ່ວນບຸກຄົນຫາກເຮົາເຊື່ອວ່າການເປີດເຜີຍດັງກາວເປັນໄປຕາມກະບວນການທາງກົດໝາຍ ປະກອບໄປດ້ວຍ ການຮ້ອງຂໍທາງກົດໝາຍໂດຍໜ່ວຍງານລັດເພື່ອຄວາມໝັ້ນຄົງແລະຄວາມຕ້ອງການຂອງຜູ້ໃຊ້ກົດໝາຍ ຫາກເຮົາຈຳເປັນຕ້ອງເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານໃນກະບວນການທາງກົດໝາຍ ເຮົາຈະແຈ້ງໃຫ້ທ່ານຮັບຮູ້ ຍົກເວັນເຮົາຖືກບັງຄັບດ້ວຍກົດໝາຍຫຼືເຊື່ອວ່າການກະທຳດັງກ່າວຈະສົ່ງຜົນໃຫ້ຜູ້ອື່ນເປັນອັນຕະລາຍຫຼືເປັນການກະທຳຜິດຕາມກົດໝາຍ ເຮົາຈະຄັດຄານຄຳຂໍທາງກົດໝາຍສຳຫຼັບຂໍ້ມູນກຽວກັບຜູ້ໃຊ້ງານຂອງ AppZap ທີເຮົາເຊື່ອວ່າບໍ່ເໝາະສົມ
3.7. ບໍລິສັດຈະປົກປ້ອງຂໍ້ມູນສ່ວນຕົວຂອງຜູ້ຂໍໃຊ້ບໍລິການແນວໃດ?
ບໍລິການ ແລະ ການເກັບຮັກສາຂໍ້ມູນສ່ວນຕົວຂອງຜູ້ຂໍໃຊ້ບໍລິການເປັນຄວາມລັບ ມາດຕະຖານຄວາມປອດໄພ ທາງເທັກນິກ ແລະ ທາງອົງກອນທີ່ເໝາະສົມ ລວມເຖິງມາດຕະການປ້ອງກັນມາດຕະຖານອຸດສາຫະກຳດ້ານນີ້ ເພື່ອປ້ອງກັນການເຂົ້າເຖິງ ຫຼື ເປີດເຜີຍໂດຍບໍ່ໄດ້ຮັບອະນຸຍາດ ການໃຊ້ງານໃນທາງບໍ່ຖືກຕ້ອງ ການປ່ຽນແປງແກ້ໄຂ ຫຼື ການທຳລາຍຂໍ້ມູນມູນຂອງຜູ້ຂໍໃຊ້ບໍລິການ ເນື່ອງຈາກບໍ່ມີວິທີການສົ່ງຂໍ້ມູນທາງ ເອເລັກໂຕນິກໃດ ຫຼື ວິທີການຈັດເກັບຂໍ້ມູນໃດທີ່ສົມບູນ ຫຼື ບໍ່ສາມາດເຈາະຜ່ານໄດ້ ບໍລິສັດຈື່ງບໍ່ສາມາດຮັບປະກັນໄດ້ວ່າຂໍ້ມູນສ່ວນບຸກຄົນ ຫຼື ຈັດເກັບເຂົ້າລະບົບຂອງບໍລິສັດເພື່ອຊ່ວຍຄຸ້ມຄອງ ສິດທິຄວາມເປັນສ່ວນຕົວຂອງຜູ້ຂໍໃຊ້ບໍລິການ ແລະ ເກັບຮັກສາຂໍ້ມູນສ່ວນຕົວຂອງຜູ້ຂໍໃຊ້ບໍລິການ
3.8. ບໍລິສັດຈະເກັບຂໍ້ມູນຂອງຜູ້ຂໍໃຊ້ບໍລິການໄວ້ດົນເທົ່າໃດ?
ບໍລິສັດອາດຈະເກັບຂໍ້ມູນສ່ວນຕົວຂອງຜູ້ຂໍໃຊ້ບໍລິການໄວ້. ເຖິງວ່າພາຍຫຼັງຍຸດໃຊ້ບໍລິການແລ້ວ ຫາກມີຄວາມຈຳເປັນຕາມສົມຄວນທີ່ຕ້ອງເກັບໄວ້ດັ່ງນີ້:
ເພື່ອປະຕິບັດຕາມກົດໝາຍ ແລະ ລະບຽບທີ່ໃຊ້ບັງຄັບ ຫຼື ໜ້າທີ່ຕາມກົດໝາຍ
ເພື່ອໃຫ້ບໍລິການຊ່ວຍເຫຼືອຜູ້ຂໍໃຊ້ບໍລິການໄດ້ຢ່າງຄົບຖ້ວນສົມບູນ
ເພື່ອລະງັບຂໍ້ພິພາກສາທີ່ມີກັບຜູ້ຂໍໃຊ້ບໍລິການຕະຫຼອດໄລຍະເວລາທີ່ບັງຄັບໃຊ້ໄດ້
ເພື່ອກວດຈັບ ແລະ ປ້ອງກັນບໍ່ໃຫ້ມີການໃຊ້ບໍລິການໂດຍບໍ່ໄດ້ຮັບອະນຸຍາດ ຫຼື ໃຊ້ໃນລັກສະນະສໍ້ໂກງ
3.9. ບໍລິສັດໃຊ້ (Cookies) ຫຼື ເທັກໂນໂລຍີ ອື່ນທີ່ຄ້າຍຄືກັນ ຫຼື ບໍ?
ບໍລິສັດໃຊ້ຄຸກກີ້ ຫຼື ເທັກໂນໂລຍີ ການຈັດເກັບສະເພາະອື່ນທີ່ມີລັກສະນະຄ້າຍຄືກັນ. ຄຸກກີ້ແມ່ນແຟ້ມຂໍ້ມູນຍ່ອຍທີ່ຖືກເກັບຮັກສາໄວ້ຢູ່ເທິງຄອມພິວເຕີຂອງຜູ້ຂໍໃຊ້ບໍລິການ ເມືອຜູ້ຂໍໃຊ້ບໍລິການເຂົ້າເບິ່ງເວັບໄຊ ແຟ້ມຂໍ້ມູນນີ້ຈະເກັບຂໍ້ມູນທີ່ເວັບໄຊສາມາດໃຊ້ອ່ານໄດ້ອີກເມື່ອຜູ້ຂໍ ໃຊ້ບໍລິການເຂົ້າເບິ່ງເວັບໄຊນັ້ນໃນຄັ້ງຕໍ່ໄປ ຂໍ້ມູນຄຸກກີ້ບາງຂໍ້ມູນມີຄວາມຈຳເປັນເພາະແບບນີ້ແລ້ວເວັບໄຊຈະບໍ່ສາມາດເຮັດວຽກໄດ້ຢ່າງເໝາະສົມ ສ່ວນຂໍ້ມູນຄຸກກີ້ອື່ນໆນັ້ນ ຊ່ວຍອຳນວຍຄວາມສະດວກສະບາຍໃຫ້ແກ່ຜູ້ເຂົ້າເບິ່ງໂດຍການຈື່ຈຳຊື່ຜູ້ໃຊ້ (Username) ໃນທາງທີ່ປອດໄພ ແລະ ຕາມພາສາທີ່ຜູ້ຂໍໃຊ້ບໍລການເລືອກ ໂດຍບໍຈຳເປັນຕ້ອງປ້ອນຂໍ້ມູນເກົ່າ ໃນແຕ່ລະເທື່ອທີ່ເຂົ້າເວັບໄຊ ບໍລິສັດໃຊ້ຄຸກກີ້ເພື່ອ:
ຊ່ວຍບໍລິສັດໃນການຮັກສາຂໍ້ມູນ ເຊຊັນ (Session) ຂອງຜູ້ຂໍໃຊ້ບໍລິການເມືອໃຊ້ບໍລິການ ແລະ ຂໍມູນເພີ່ມເຕີມຕ່າງໆ
ເພີ່ມປະສິດທິພາບໃນການຮັກສາຄວາມປອດໄພຂອງລະບົບບໍລິສັດ
ເກັບຄ່າຄວາມພຶງພໍໃຈ (Preference) ແລະ ໃຫ້ບໍລິການທີ່ກຳນົດຄ່າຕາມຄວາມຕ້ອງການຂອງຜູ້ຂໍໃຊ້ ບໍລິການ
ຊ່ວຍບໍລິສັດໃນການທຳຄວາມເຂົ້າໃຈວ່າ ປະຊາຊົນໃຊ້ບໍລິການແບບໃດ ແລະ ເພື່ອການປັບປຸງບໍລິການບໍລິສັດໃຊ້ຄຸກກີ້ຂອງບຸກຄົນພາຍນອກ ດັ່ງຕໍ່ໄປນີ້ເທິງເວັບໄຊ
ຕົວຈັດເກັບຂໍ້ມູນ ກູໂກ (Google Analytics)
4. ທາງເລືອກຂອງຜູ້ຂໍໃຊ້ບໍລິການ
ສິດທິຂອງຜູ້ຂໍໃຊ້ບໍລິການມີຄວາມເປັນໄປໄດ້ທີ່ບໍລິສັດ ອາດຈະໄດ້ຮັບຂໍ່ມູນສ່ວນບຸກຄົນທີ່ກ່ຽວກັບບຸກຄົນທີ່ ບໍ່ແມ່ນຜູ້ໃຊ້ບໍລິການໃນປະຈຸບັນ ຕ້ອງຮັບຮູ້ວ່າ ບໍ່ວ່າຈະເປັນຜູ້ໃຊ້ບໍລິການ ຫຼື ບໍ ຜູ້ຂໍໃຊ້ບໍລິການສາມາດເລືອກ ແລະ ມີສິດຕ່າງໆ ຕາມຫົວຂໍ້ນີ້ຫາກບໍລິສັດເກັບຂໍ້ມູນສ່ວນຕົວຂອງຜູ້ຂໍໃຊ້ບໍລິການ
4.1. ຜູ້ຂໍໃຊ້ບໍລິການຈະຄວບຄຸມຂໍ້ມູນຂອງຕົນເອງໄດ້ແນວໃດ?
ບໍລິສັດຈະຕອບກັບຄຳຂໍຂອງຜູ້ໃຊ້ບໍລິການພາຍໃນໄລຍະເວລາຕາມທີ່ສົມຄວນ ແລະ ຕາມກົດໝາຍທີ່ກ່ຽວຂ້ອງ. ຫາກກົດໝາຍທີ່ບັງຄັບໃຊ້ອະນຸຍາດໃຫ້ປະຕິບັດໄດ້ ບໍລິສັດອາດບໍ່ສາມາດຕອບສະໜອງຕາມຄຳຮ້ອງຂໍຂອງຜູ້ຂໍໃຊ້ບໍລິການໄດ້ ຫາກມີເງື່ອນໄຂດັ່ງຕໍ່ໄປນີ້:
ການເປີດເຜີຍມີຄວາມເປັນໄປໄດ້ວ່າ ອາດຈະເປັນອັນຕະລາຍຕໍ່ຊີວິດ, ຮ່າງກາຍ, ຊັບສິນ ຫຼື ສິດທິຜົນປະໂຫຍດອື່ນຂອງຜູ້ຂໍໃຊ້ບໍລິການ ຫຼື ບຸກຄົນອື່ນ ການເປີດເຜີຍມີຄວາມເປັນໄປໄດ້ວ່າ
ການເປີດເຜີຍມີຄວາມເປັນໄປໄດ້ວ່າ ອາດຈະເປັນອັນຕະລາຍຕໍ່ຊີວິດ, ຮ່າງກາຍ, ຊັບສິນ ຫຼື ສິດທິຜົນປະໂຫຍດອື່ນຂອງຜູ້ຂໍໃຊ້ບໍລິການ ຫຼື ບຸກຄົນອື່ນ
ການເປີດເຜີຍມີຄວາມເປັນໄປໄດ້ວ່າ ຈະຂັດຕໍ່ການດຳເນີນທຸລະກິດຢ່າງຖືກຕ້ອງເໝາະສົມຂອງບໍລິສັດຢ່າງຮ້າຍແຮງ
ການເປີດເຜີຍຂັດຕໍ່ລະບຽບກົດໝາຍອື່ນໆຫາກຜູ້ຂໍໃຊ້ບໍລິການບໍຢືນຢັນຕົວຕົນຂອງທ່ານເມືອຖືກຮ້ອງຂໍໃຫ້ມີການເປີດເຜີຍ
4.2. ຫາກວ່າຜູ້ຮອງຂໍໃຊ້ບໍລິການປ່ຽນໃຈຈະເຮັດແນວໃດ?
ຫາກຜູ້ຂໍໃຊ້ບໍລິການປ່ຽນໃຈໃນເລື່ອງກ່ຽວກັບຂອບເຂດຂອງຂໍ້ມູນທີ່ຕົນເອງມີຈຸດປະສົງເປີດເຜີຍຕໍ່ໄປ ຜູ້ຂໍໃຊ້ບໍລິການສາມາດປ່ຽນແປງໂດຍການສົ່ງຄຳຂໍທີ່ເປັນລາຍລັກອັກສອນມາຫາບໍລິສັດ
4.3. ຂໍ້ສອບຖາມ/ຂໍ້ສະເໜີແນ?
ຫາກຜູ້ຂໍໃຊ້ບໍລິການມີຂໍ້ສອບຖາມ/ຂໍ້ສະເໜີແນະ ກ່ຽວກັບນະໂຍບາຍຄຸ້ມຄອງຄວາມເປັນສ່ວນຕົວນີ້ ຫຼື ນະໂຍບາຍ ຫຼື ແນວທາງການປະຕິບັດການຄຸ້ມຄອງຄວາມເປັນສ່ວນຕົວອື່ນໆ ຂອງບໍລິສັດ ໂປຣດຕິດຕໍ່ບໍລິສັດຜ່ານ ແບບຟອມຕິດຕໍ່ຂອງບໍລິສັດ ຫຼື ເຮັດໜັງສືມາຫາບໍລິສັດທີ່:
ບໍລິສັດ ລາຍລາວແລັບ ໄອຊີທີ ໂຊລູເຊິນ
ບ້ານ ປາກທ້າງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ປະເທດລາວ
Email: info@lailaolab.com
5. ລູກຄ້າສາມາດສ້າງຄອນເທັ້ນໄດ້ດ້ວຍຕົ້ນເອງ (user Generated Content)
5.1 ກ່ອນຈະໃຊ້ງານແອັບຜູ້ໃຊ້ຕ້ອງຍອມຮັບເງື່ອນໄຂຂອງແອັບ
ເວັບໄຊທ໌ຫຼືແອັບຯຂອງພວກເຮົາອະນຸຍາດໃຫ້ຜູ້ໃຊ້ສາມາດໂພດແລະແບ່ງປັນເນື້ອຫາຂອງຕົນເອງເຊັ່ນ: ຂໍ້ຄວາມ, ຮູບພາບ, ແລະວິດີໂອ. ໂດຍການນໍາໃຊ້ເວັບໄຊທ໌ຫຼືແອັບຯຂອງພວກເຮົາ, ຜູ້ໃຊ້ຕົກລົງເຫັນດີກັບເງື່ອນໄຂດັ່ງຕໍ່ໄປນີ້:
ຜູ້ໃຊ້ມີຄວາມຮັບຜິດຊອບແຕ່ພຽງຜູ້ດຽວສໍາລັບເນື້ອຫາທີ່ພວກເຂົາປະກາດແລະແບ່ງປັນ. ພວກເຂົາຕ້ອງຮັບປະກັນວ່າເນື້ອຫາທັງໝົດແມ່ນຖືກຕ້ອງຕາມກົດໝາຍ, ຖືກຕ້ອງ, ແລະບໍ່ລະເມີດກົດໝາຍລິຂະສິດ ຫຼືເຄື່ອງໝາຍການຄ້າໃດໆ.
ຜູ້ໃຊ້ຕ້ອງບໍ່ໂພສທ໌ ຫຼືແບ່ງປັນເນື້ອໃນທີ່ເປັນການກະທຳຜິດ, ໝິ່ນປະໝາດ, ຫຼືສົ່ງເສີມຄຳເວົ້າທີ່ກຽດຊັງ. ນີ້ຮວມເຖິງເນື້ອຫາທີ່ເປັນການແບ່ງແຍກເຊື້ອຊາດ, ທາງເພດ ຫຼືຈຳແນກໃນທາງໃດກໍຕາມ.
ຜູ້ໃຊ້ຈະຕ້ອງບໍ່ໂພສ ຫຼືແບ່ງປັນເນື້ອຫາໃດໆທີ່ເປັນສະແປມ ຫຼືສົ່ງເສີມການສໍ້ໂກງ, ການຫຼອກລວງ ຫຼືການເຄື່ອນໄຫວທີ່ຜິດກົດໝາຍ.
ຜູ້ໃຊ້ບໍ່ຕ້ອງປະກາດຫຼືແບ່ງປັນເນື້ອໃນທີ່ເປັນຂໍ້ມູນສ່ວນຕົວຂອງຜູ້ອື່ນ.
ຜູ້ໃຊ້ຈະຕ້ອງບໍ່ໂພສ ຫຼືແບ່ງປັນເນື້ອຫາທີ່ເປັນມາລແວ, ໄວຣັສ ຫຼືຊອບແວທີ່ເປັນອັນຕະລາຍອື່ນໆ.
ພວກເຮົາສະຫງວນສິດທີ່ຈະລຶບ ຫຼືແກ້ໄຂເນື້ອຫາທີ່ລະເມີດເງື່ອນໄຂເຫຼົ່ານີ້ ຫຼືວ່າພວກເຮົາຖືວ່າມີຄວາມລັງກຽດ ຫຼືບໍ່ເໝາະສົມ.
ພວກເຮົາຍັງສະຫງວນສິດທີ່ຈະປິດບັນຊີຂອງຜູ້ໃຊ້ໃດໆກໍຕາມທີ່ລະເມີດເງື່ອນໄຂເຫຼົ່ານີ້ຊໍ້າແລ້ວຊໍ້າອີກ.
ໂດຍການນໍາໃຊ້ Website ຫຼື Application ຂອງພວກເຮົາ, ຜູ້ໃຊ້ຕົກລົງທີ່ຈະປະຕິບັດຕາມຂໍ້ກໍານົດເຫຼົ່ານີ້ແລະເຂົ້າໃຈວ່າຄວາມລົ້ມເຫລວທີ່ຈະເຮັດແນວນັ້ນອາດຈະເຮັດໃຫ້ເນື້ອຫາຂອງພວກເຂົາຖືກລຶບອອກແລະ / ຫຼືປິດບັນຊີຂອງພວກເຂົາ.
5.2 ວິທີການລາຍງານເນື້ອຫາທີ່ບໍ່ເໝາະສົມ
ເພື່ອລາຍງານເນື້ອຫາທີ່ບໍ່ເຫມາະສົມ
ທ່ານສາມາດຊອກຫາປຸ່ມ "ລາຍງານ" ໃນ Application, Website ຂອງພວກເຮົາ ຫຼື ລາຍງານຜ່ານຊ່ອງທາງ Email: info@lailaolab.com
ປຸ່ມລາຍງານນີ້ຈະແຈ້ງເຕືອນທີມງານພັດທະນາ ເພື່ອທົບທວນເນື້ອໃນແລະດໍາເນີນການຕາມທີ່ເຫມາະສົມ.
ຖ້າ Platform ບໍ່ມີກົນໄກການລາຍງານ, ທ່ານສາມາດຕິດຕໍ່ກັບ Website ຫຼື ທີມງານສະຫນັບສະໜູນລູກຄ້າເພື່ອຮ້ອງຂໍແຈ້ງເນື້ອຫາທີ່ທ່ານຕ້ອງການລາຍງານ.
ທີມງານຈະກວດສອບວ່າຖ້າເນື້ອຫາຜິດກົດຫມາຍ ຫຼື ລະເມີດກົດຫມາຍໃດກໍ່ຕາມ, ທາງທີມງານຈະດໍາເນີນການຕາມທີ່ເຫມາະສົມ.